ສື່ຕ່າງປະເທດເຜີຍແຜ່ຂ່າວ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີກໍາປູເຈຍ ພົບປະເຈລະຈາກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສ.ປ.ປ. ລາວ ໃນວັນພຸດ 5 ທັນວາ ນີ້ ຕາມກໍານົດຢ້ຽມຢາມລາວ 2 ວັນ.
ສອງຝ່າຍໄດ້ຮ່ວມກັນເປັນສັກຂີພະຍານການເຊັນບົດບັນທຶກຊ່ວຍຈໍາກັບຂໍ້ຕົກລົງ 4 ສະບັບ ໂດຍເອກະສານທີ່ລົງນາມຮ່ວມກັນ ມີການຊື້ຂາຍໄຟຟ້າຈາກລາວ, ການຂໍຢືມຊ້າງເພື່ອໄປສະແດງໃນສວນສັດພະນົມເປັນ, ການຮ່ວມມືດ້ານສິລະປະວັດທະນະທໍາ ແລະ ການຮ່ວມມືທາງດ້ານການສຶກສາ ແຕ່ປີ 2019-2024.
ເຖິງຢ່າງໃດກໍຕາມ ແຫຼ່ງຂ່າວບໍ່ໄດ້ບອກລະອຽດວ່າ ກໍາປູເຈຍຢືມຊ້າງລາວຈັກໂຕແທ້ ແລະ ມີກໍານົດເວລາໃນການຢືມດົນປານໃດ.